作词 : ຄໍາໄຍ ໄຊທອງສິນ
作曲 : ຄໍາໄຍ ໄຊທອງສິນ
ເຮົາມັນຄົນບ້ານນອກ ຊີວິດມັນລໍາບາກ
ບາງວັນກໍເກັບຜັກ ປູ ປາ ກຸ້ງ ຫອຍ
ບໍ່ມີດອກ ໂດນັດ ພິດຊາ ໄກ່ FC
ໃກ້ຊິດທໍາມະຊາດ ຢູ່ກັນມາຫຼາຍປີ
ຫາເກັບ ເຫັດ ຫັກໜໍ່ ແບບພໍຢູ່ພໍກິນ
ນ້ອງເກີດຢູ່ໃນເມືອງ ແດນສິວິໄລ
ຊີວິດກໍບໍ່ໄດ້ ມັ່ງມີຊັບສິນ
ຢ່າຄິດເອງເອີເອງ ຢູ່ບ້ານນອກຈະຕິດດິນ
ມີ ກຸ້ງ ຫອຍ ປູ ປາ ນ້ອງກໍມັກ ແລະ ຢາກກິນ
ຫາເວລາເລາະຫຼິ້ນ ທໍາມະຊາດສຸກໃຈ
ຢາມບ້ານອ້າຍບໍ?... ກິນຊຸບຜັກ
ປີ້ງຂຽດຈະນາ ໝົກໜໍ່ໄມ້
ເລື່ອງຢູ່ເລື່ອງກິນ ບໍ່ເລື່ອງໃຫຍ່
ຢູ່ນອກໃນເມືອງ ກໍຢູ່ໄດ້
ສໍາຄັນສຸກໃຈ ນໍອ້າຍເອີຍ!....
ຮ່ວມຮັກສິ່ງແວດລ້ອມ ຖະໜອມທໍາມະຊາດ
ປົກປ້ອງພູມອາກາດ ຢັ້ງຢືນຢ່າງເຄີຍ
ຄູ່່ການພັດທະນາ ສາມັກຄີຢ່າລະເລີຍ
ຢູ່ຢ່າງສິດເທົ່າທຽມ ຮັກແພງກັນບໍ່ເມີນເສີຍ
ເປັນແຮງໃຈຍາມເມື່ອຍ ທຸກເພດເຜົ່າພົງພັນ....
ສອຍ: ຄົນເຮົາກ່ຽວພັນທໍາມະຊາດ ຕ້ອງມີອາກາດຈິ່ງຢູ່ໄດ້
ດ້ານສິ່ງແວດລ້ອມທີ່ສົດໃສ ຖືເປັນປັດໄຈຄວາມເປັນຢູ່
ອີກຢ່າງສໍາຄັນທີ່ຄຽງຄູ່ ຄືຮູ້ຮັກແພງສາມັກຄີ
ຄົນທຸກຄົນບົນໂລກນີ້ ລ້ວນມີສິດທິເທົ່າທຽມກັນ
ນອກໃນເມືອງບໍ່ວ່າກັນ ແຕ່ສິ່ງສໍາຄັນຄືຶ ສຸກໃຈ...

热门推荐| 1 | |
|---|---|
| 2 | |
| 3 | |
| 4 | |
| 5 | |
| 6 | |
| 7 | |
| 8 | |
| 9 | |
| 10 |