作词 : ັAnousack Duangphachanh
作曲 : Bounphop vongphachanh
ຢູ່ມາດົນຫລາຍປີ ບໍ່ມີຄົນຮັກ
ຫົວໃຈອ້າຍອາພັບຮັກ ຊ້ຳເຮື້ອຊ້ຳຊອນ
ສະອອນເດ ຄົນເຂົາຮັກກັນອ້າຍໄດ້ແຕ່ຝັນ ເອົາທຸກທີ
ຟ້າເອີຍຄືເຮັດຈັງຊີໃຫ້ມີແນ່ສາວ
ຄືນນີ້ເປັນອີກຄືນ ທີ່ໃຈນອນຫນາວ
ບໍ່ມີຄູ່ມາເຄົ້າດາວ ນຳເຂົາຈັກປີ
ກ່າມີແຕ່ຫມອນເປັນເພື່ອນຄູ່ໃຈ ກັບຜ້າຮົ່ມໜື່ງໃບຄາຍຫນາວທຸກປີ
ຖ້າເລືອກໄດ້ຄືຊິດີ ໃຫ້ມີຄຳວ່າເຮົາ
ທຸກປີອ້າຍນີ້ ທົນເຫງົາ
ເພາະຂາດເຂົ້າມາເຕີມເຕັມຫົວໃຈ
ສິຖ້າອີກດົນປານໃດ ໂອໃຈເອີຍ
ມັນຄືມາໂສດຂ້າມວັນເດືອນປີ
ຊາດນີ້ຊິມີບໍ່ຫນ່າ ນາງເອກເອກຂອງອ້າຍນີ້ຫນາເຈົ້າຢູ່ທີ່ໃດ
ຫາກໂສດອີກ4-5ປີ ອ້າຍນີ້ຄົງຕາຍ ກໍ່ເປັນໄດ້
ຮູ້ຢູ່ວ່າເຫງົາຊ່ຳໄດ໋ ຮື ຮື ໂສດຂ້າມປີ ອີ່ ຫຼີລະເດີ

热门推荐| 1 | |
|---|---|
| 2 | |
| 3 | |
| 4 | |
| 5 | |
| 6 | |
| 7 | |
| 8 | |
| 9 | |
| 10 |